ວັດພູຈຳປາສັກ ບູຮານສະຖານວັດຖຸ ຕັ້ງຢູ່ພາກໃຕ້ຂອງລາວທີ່ ແຂວງ ຈຳປາສັກ ເຊິງຫ່າງຈາກອັງກໍວັປະມານ 200 ກິໂລແມັດ ແລະ ປະມານ 1 ຊົວໂມງໄປທາງລົດຈາກປາກເຊ ວັດພູຈຳປາສັກຖືກຮັບຮອງໃຫ້ເປັນມໍລະດົກໂລກ ຈາກອົງການ ຢູເນສໂກ(UNESCO).
ເປັນປັດຕະຍະກຳພິເສດແຫ່ງໜືງ ທີ່ມີຄວາມເກົ່າແກ່ ເຊິງເປັນອາຄານກົກເຄົ້າ ສ້າງຂື້ນໃນສະຕະວັດທີ່ 6 ມູມຈາກນັ້ນກໍ່ມີການຕໍ່ເຄີມຕາມຍຸກສະໄໝ ຕໍ່ມາຈົນເຖິງສະຕະວັດທີ່ 15.ວັດພູເປັນບູຮານສະຖານທີ່ໄດ້ອິດທິພົນທາງດ້ານ ວັດທະນະທຳມາຈາກຫຼາຍແຫຫ່ງຊືງລວມມີສິລະປະຂອມ,ອິນດູ ແລະ ພຸດຕາມຮອງຮ້ອຍຫຼັກຖານທີ່ສະແດງໃຫ້ເຫັນໃນລວດລາຍສິລະປະຕາມສະຖານທີຕ່າງໆ. ໃນຂົງເຂດວັດແຫ່ງນີ້ບໍ່ວ່າຈະເປັນຮີດຄອງ ຫຼື ການເຊືອຖື. ສິ່ງທີ່ຍັງຄົງໄວ້ໃຫ້ເຫັນມາຮອດປັດດຈບັນຂອງວັດພູທີ່ເລີມສ້າງມາແຕ່ ຈ.ສ 1000 ກໍ່ຄື: ສິລະປະຂອງຮິນດູ,ໂດຍມີການເຊືອຖືເທບພະເຈົ້າຂອງສາສະໜາຮີນດູຈາກປະກົດການທຳມະຊາດພູເກົ້າ ຊືງເປັນຈຸດປະກາຍຫຼັກໃນການມາສ້າງວັດພູ. ສວນປະກອບຂອງວັດພູມີຊົງໄຕຣມູມເປົນລຳດັບຄືມີການຄິດໄລທີ່ຊັດແຈ້ງເຊັ່ນ:ຫ້ອງນ້ຳທີ່ສົ່ງນ້ຳສັກສິດຍາວຢຽດອອກໄປເຖິງ 10 ກິໂລແມັດທີສ້າງດ້ວຍຜູ້ຄົນໄດ້ອາງໃຫ້ຮູ້ເຖິງການອອກແບບຄັ້ງທຳອິດຂອງສັງຄົມຢູໃນປະວັດສາດນຳອີກດ້ວຍ.
ຫຼັງຈາກຫຼາຍສະຕະວັດຂອງການລີ້ຊ້ອນ ຢູ່ໃນຄວາມຊຸດໂຊມ,ຖືກປົກປິດໄວ້ໃນປ່າ,ນັກສຳລວດທາງຊາວຟຣັ່ງ,ທ່ານ ອອງຣີ ປາກມອງຈີເອຈືງໄດ້ຄົ້ນພົບວັດພູຕືນອີກໃນປີ ຄ.ສ 1914. ຫຼັງຈາກໄດ້ຖ່າຍຮູບເອົາສະຖານທີ່ນີ້ແລ້ວ ອີກຄັ້ງໜືງ ແລະ ກໍມິດງຽບຫາຍໄປໂດຍຄວາມບໍ່ເອົາໃຈໃສ່ໃຫ້ຄວາມສຳຄັນ. ຄວາມສົນໃຈໄດ້ກັບຄືນມາອີກເທືອໃໝ່ໃນກາງປີ ຄ.ສ 1980 ເວລາທີ່ອົງການຢູເນສໂກ(UNESCO)ໄດ້ເລີມຕົນລົງໄປສຳລວດດ້ານບູຮານສະຖານຂອງສະຖານທີ່ແຫ່ງນີ້. ການລົງສຳລວດໃນເທືອນີ້ໄດ້ນ້ຳໄປສູ່ການຈົດບັນທຶກເຂົ້າເປັນມໍລະດົກພາຍໃຕ້ການຄຸ້ມຄອງຂອງກົດໝາຍວ່າດ້ວຍມໍລະດົກທີ່ໄໄດ້ສ້າງຂື້ນ. ເຊິງມີເນື້ອໃນວ່າດ້ວຍການປົກປັກຮັກສາບູລະນະອະນຸຮັກສະຖານທີ່ນີ້ໄວ້ໃນປີີ ຄ.ສ 2001.
ພາສາດຫີນວັດພູແບ່ງອອກເປັນ 3 ສວນຄື:ປະສາດຊັ້ນລຸມຊາກຂອງບາລາຍ ສ່ວນໜ້ສແຄມບໍນ້ຳ ສ້າງຂື້ນມາໃນສະໄມເຈົ້າບຸນອຸ້ມໃນປີຄ.ສ 1960 ໃຊ້ສະເດັດໃນພິທິສົ່ງນ້ຳ ແລະ ຊົມປະເພນີແຂ່ງເຮືອເຊືອມຕໍ່ທາງເດີນຂະໜາບດ້ວຍເສົານາງລຽງລຽນດ້ານໜ້າຈະມີພໍຄ້າແມ່ຄ້ານ້ຳເອົາທູບທຽນມາຈຳໜາຍສ່ວນໂຄປຸລະຊັ້ນນອກມີບາລາຍຕັ້ງຢູ່ຄຽງຂ້າງກັນເປັນມູມມະຫາຊົນສຳລັັບຖາຍຮູບຂອງນັກທ່ອງ ທ່ຽວ ແລະ ພາບປະສາສຳພັນຂອງຫີນພູແຫ່ງນີ້.
# ນ້ຳຕົກຕາດຟານ
ນ້ຳຕົກຕາດຟານຕ້ັງຢູ່ເຂດບ້ານຫຼັດ 38 ກຸ່ມ 3 ເມືອງປາກຊ່ອງ ແຂວງ ຈຳປາສັກ ຫ່າງຈາກຕົວເມື່ອງ ປາກເຊ ຕາມເສັນທາງເລກທີ່ 16 ປາກເຊ-ປາກຊ່ອງ ປະມານ 38 ກິໂລແມັດ ເມືອຮອດບ້ານຫຼັກ 38 ກໍ່ຈະມີທາງລ້ຽວຂວາມື ເຂົ້າໄປອີກ 1 ກິໂລແມັດກໍ່ເຖິງເຊິງສາມາດນຳພາຫະນະເຂົ້າ-ອອກໄປມາສະດວກນ້ຳຕົກຕາດຟານ ມີຄວາມເປັນມາທີ່ຊາວບ້ານເລົາຂານກັນມາແຕ່ສະໄໝກ່ອນວ່າມີນາຍພານຄົນໜືງມັກອອກໄປລ່າສັດຢູ່ເຂດບໍລິເວນນິ້ເປັນປະຈຳມື້ໜື່ງ ໃນຂະນະທີ່ກຳລັງລ່າສັດຢູ່ນາຍພານໄດ້ພົບເຫັນ ຟານໂຕໜື່ງເລີຍໃຊ້ປືນຍິງຟານດັ່ງກ່າວຈື່ງກະໂດດໜີດ້ວຍຄວາມເຈັບປວດ ເຮັດໃຫ້ຟານໂຕນັ້ນຕົກລົງສູ່ສາຍນ້ຳແຫ່ງນີ້ລົງສູ່ກົ້ນເຫວເລິກຕັ້ງແຕ່ນັ້ນມາຊາວບ້ານຈື່ງເອິ້ນນ້ຳຕົກຕາດແຫ່ງນີ້ວ່າ:ນ້ຳຕົກ ຕາດຟານຫຼືມີອີກຊື່ໜື່ງວ່າ:ນ້ຳຕົກດົງຫົວສາວ(ເພາະວ່າມີທີ່ຕັ້ງຢູ່ພູພຽງບໍລະເວນໃນເຂດປ່າສະຫງວນດົງຫົວສາວ)ມີລັກສະນະເດັ່ນກ່ວານ້ຳຕົກຕາດອື່ນແມ່ນມີສາຍນ້ຳສອງສາຍທີ່ໄຫຼລົງມາຈາກໜ້າຜ້າທີ່ມີຄວາມສູງເຖິງ 150 ເຖິງ 200 ແມັດສາຍນ້ຳທີ່ໄຫຼຢູທາງເບືອງຊາຍມືນັ້ນຫໄຫຼມາຈາກຫ້ວຍຜັກກູດສວນສາຍນ້ຳທີ່ໄຫຼລົງມາທາງຂວາເປັນສາຍນ້ຳທີ່ໄຫຼມາຈາກເຂດປ່າສະຫງວນແຫ່ງຊາດດົງຫົວສາວຄື:ຫ້ວຍຈຳປີຫຼືນ້ຳຈຶບ.ສາຍນ້ຳທັງສອງໄຫຼສູ່ໜ້າຜ້າທີ່ສູງຊັນລົງສູ່ລຸບເຫວເລິກແລ້ວໄຫຼລວມກັນເປັນສາຍນ້ຳໜື່ງເອິ້ນວ່າ:ຫ້ວຍບັງລຽງທີ່ໄຫຼຜ່ານປ່າດົງລອດທາງເລກທີ່13ລລົງສູ່ນ້ຳຂອງທາງທິດໃຕ້ຂອງເມືອງ ປາກເຊ
# ນ້ຳຕົກຕາດຜາສ້ວມ
ນ້ຳຕົກຜາສ້ວມ ເມືອງບາຈຽງ ເປັນນ້ຳຕົກທີ່ໄຫຼມາຈາກຫວຍນ້ຳປີມີຈຸດກຳເນີດມາຈາກພູເຂົາເທວະດາເມືອງປາກຊ່ອງແຂວງຈຳປາສັກ ລັກສະນະຂອງນ້ຳທີ່ໄຫຼຕາມຜາຫີນຈຸດພິເສດຂອງນ້ຳແຫ່ງນີ້ເປັນຜາຫີນທີຕັ້ງລຽນກັນ ເປັນລະບຽບ ຄວາມສູງປະມານ 5-7 ແມັດ ເປັນລັກສະນະກະແສນ້ຳໄຫຼລົງສູ່ແທນຫີນສີດຳ ທີເກີດຈາກລາວາພູເຂົາໄຟທີເຍັນຕົວ ເຊິງທຳມະຊາດໄດ້ປັ້ນແຕ່ງຢ່າງສ່ວຍງາມ.ໃນບໍລິເວນເຂດນ້ຳຕົກເພິນເອີ້ນວ່າ:ປະຕູສ້ວມ ໃນພາສາຊົນເຜົ່າຄຳວ່າ:ສ້ວມ ໝາຍເຖິງ ຫ້ອງນອນທີ່ກັ້ນໄວ້ສຳລັບລູກສາວລູກຊາຍ. ສ່ວນຄຳວ່າ:ຕາດ ໝາຍເຖິງລານຫີນເປັນຂັນ.ດັ້ງນັ້ນ,ຄຳວ່າ:ຜາສ້ວມ ແມ່ນມີຄວາມໝາຍວ່ານ້ຳຕົກຕາດຫີນຕັ້ງທີ່ມີລັກສະນະສູງຊົນຄາຍຄືຫ້ອງຫໍ ທີຂັ້ນເອົາໄວ້ສຳລັບລູກສາວ,ລູກຊາຍສະເພາະ.ສຳລັບຄວາມມໝາຍນິ້ແມ່ນມີເລືອງເລົ່າປະລຳປະລາເລົ່າຂານກັນມາແຕ່ດົນນານເລື່ອງ:ສາວລາວລຸມ ແລະ ໜຸມລາວເທິງ.
# ນ້ຳຕົກຕາດເຍືອງ
ຕາດເຍືອງ ຢູ່ໃນຄວາມຮັບຜິດຊອບຂອງບ້ານພັດທະນາຫຼັກ 40 ເຂດ 2 ເມືອງ ປາກຊ່ອງ ແຂວງ ຈໍາປາສັກຫ່າງຈາກບ້ານໄປທາງທິດຕາເວັນຕົກສຽງໃຕ້ 1,3 ກິໂລເມັດສູງປະມານ 50 ແມັດປະກອບດ້ວຍສອງຖານ,ພັກທີ່ສູງ10,ພັກທີ່ລຸມ 45 ແມັດ.ສອງຝາກຕາດເປັນຟ້າເຫວຊັນມີໄມ້ເຫຍ,ປ່າກ້ວຍແລະປ່າສັບປົນຕັ້ນໄມ້ໃຫຍ່ຈຳນວນໜື່ງ.ຕາດເຍືອງປະກອບມີ 3 ຕາດນ້ອຍແລະມີແກ້ງຍ່ານຄື:ລຸມຕາດມີໜື່ງຕາດນ້ອຍສູງສາມແມັດເປັນພະລານຫິນຍາວ ຈົນຮອດຫົວຕາດໄຮເບືອງເທິງ ຫຼື ຫຼັງຕາດກວມໄປເຖິງ 10-12
ແມັດ.ນອກນີ້ຍັງມີ2ສາຂາ ທີ່ຊາວບ້ານເອິ້ນວ່າ:ຕາດຜັນ ສູງ 2-6 ແມັດ.
# ແຫຼ່ງທ່ອງທ່ຽວຄອນພະເພັງ
ຄອນພະເພັງແຫ່ງນີ້ ມັນເປັນຄວາມພູມໃຈສຳລັບຄົນລາວ ໂດຍສະເພາະແມ່ນພີນ້ອງຈຳປາສັກ ຄອນພະເພັງຕັ້ງຢູ່ບ້ານທ່າຄູ້ ເຊີງຫ່າງຈາກເທດສະບານເມືອງໂຂງປະມານ 148 ກິໂລແມັດ.ດ້ານການບໍລິການ: ມີບ່ອນຈອດລົດ,ຫ້ອງນ້ຳ,ຊົມວີວ,ຮານອາຫານທີ່ຫຼາກຫຼາຍ.ຄອນພະເພັງເປັນນ້ຳຕົກຕາດທີ່ໃຫຍ່ທີ່ສຸດໃນອາສີຕາເວັນອອກສຽງໃຕ້ເຊິງໃນລະດູຝົນຂອງທຸກໆປີຄອນພະເພັງຈະມີປະລິມມານນ້ຳຫຼາຍກະແສນ້ຳໄຫຼແຮງຄົດຄ້ຽວແລະຄອນພະເພັງເຕັມໄປດ້ວຍໂງນຫີນທີ່ຢັງັາຍກັນໄປປະກອບເປັນນຮູບພາບການຫາປາຂອງຊາວປະມົງແຖວນີ້ເປັນພາບບັນຍາກາດອັນນາຕິດຕາຕຶງໃຈຫຼາຍ.
#.ສ້າງເພື່ອການຮຽນຮູ້ ແລະ ເຜີຍແພດ້ານການທ່ອງທ່ຽວ
@ Credit
No comments:
Post a Comment